ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທຳມະຊາດ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ. ສັດປ່າຖືເປັນມໍລະດົກແຫ່ງຊາດທາງທຳມະຊາດ ຊຶ່ງປະກອບມີ ສັດລ້ຽງລູກດ້ວຍນໍ້ານົມ, ສັດປີກ, ສັດເລືອຄານ, ສັດນໍ້າ ແລະ ສັດເຄິ່ງບົກເຄິ່ງນໍ້າ ທີ່ມີຄວາມໝາຍຄວາມສຳຄັນໃນລະດັບຊາດ ແລະ ລະດັບໂລກ. ໃນນັ້ນ, ສັດປ່າບາງຊະນິດ ແມ່ນສາມາດພົບເຫັນໄດ້ຢູ່ແຕ່ໃນປະເທດລາວ ເທົ່ານັ້ນ ເຊັ່ນ: ໂຄ່ງລາວ ແລະ ຂະຍຸ.
ແຕ່ປັດຈຸບັນ ປະຊາກອນສັດປ່າຢູ່ໃນລາວ ຫຼຸດລົງຢ່າງໄວວາ ໜຶ່ງໃນສາເຫດຫຼັກແມ່ນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ຊຶ່ງສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການຢູ່ລອດຂອງສັດປ່າ ໂດຍສະເພາະຊະນິດພັນທີ່ຫາຍາກ ແລະ ໃກ້ຈະສູນພັນ. ບັນຫາການລ່າ ແລະ ການຊື້-ຂາຍສັດປ່າທັງຢູ່ພາຍໃນ ແລະ ຂ້າມຊາດແບບຜິດກົດໝາຍ ບໍ່ພຽງເເຕ່ເປັນບັນຫາສໍາລັບ ສປປ ລາວເທົ່ານັ້ນ ແຕ່ ມັນຍັງເປັນສິ່ງທ້າທາຍ ລະດັບສາກົນ ທີ່ຈະຕ້ອງໄດ້ຮັບການເເກ້ໄຂຢ່າງຮີບດ່ວນ.
ໃນຂະນະທີ່ ສປປ ລາວເປັນພາຄີຂອງສົນທິສັນຍາສາກົນ ວ່າດ້ວຍ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ຫ້າມການລັກລອບຄ້າຂາຍສັດປ່າ ແບບຜິດກົດໝາຍ , ເເຕ່ການຄ້າຂາຍດັ່ງກ່າວ ກໍຍັງຄົງສືບຕໍ່ດຳເນີນຢູ່. ທັງສັດປ່າ ແລະ ຊິ້ນສ່ວນຂອງສັດປ່າ ທີ່ເປັນຊະນິດພັນທ້ອງຖິ່ນ ແລະ ບໍ່ແມ່ນພັນທ້ອງຖິ່ນ ຍັງສາມາດພົບເຫັນໄດ້ຢູ່ໃນຕະຫຼາດທ້ອງຖິ່ນ, ດ່ານຊາຍແດນ ແລະ ສື່ສັງຄົມອອນລາຍ. ຄວາມຕ້ອງການສິນຄ້າຈຳພວກນີ້ ແມ່ນມີຢູ່ຕະຫຼອດ ຊຶ່ງແມ່ນຄວາມຕ້ອງການ ຂອງຜູ້ບໍລິໂພກພາຍໃນປະເທດ, ນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມປະເທດ ແລະ ຜູ້ຊື້ຕ່າງປະເທດ.
ສື່ໂຄສະນາ ທຸກຄົນສາມາດເປັນຜູ້ປົກປັກຮັກສາສັດປ່າ ມີເປົ້າໝາຍເພື່ອຫຼຸດຜ່ອນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ເປັນໄພຄຸກຄາມ. ສື່ໂຄສະນາຊຸດນີ້ ລິເລີ່ມໂດຍໂຄງການ ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB) ຂອງ ອົງການ GIZ ຮ່ວມກັບ ກົມປ່າໄມ້ ແລະ ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ, ມູນນິທິອະນຸລັກສັດປ່າລາວ, ອົງການອະນຸລັກສັດປ່າ, ແລະ ກອງທຶນອະນຸລັກທໍາມະຊາດໂລກ. ອົງການເຫຼົ່ານີ້ ໄດ້ຮ່ວມແຮງຮ່ວມໃຈ ເຮັດວຽກເພື່ອການປົກປັກຮັກສາສັດປ່າ ຂອງ ສປ ລາວ ໃຫ້ດີຂຶ້ນ.

Slow loris
Credit: Bui Tuan Hai, 2019

Bare-faced Bulbul
Credit: Duy Nguyen, 2019
ຂໍ້ຄວາມຂອງສື່ໂຄສະນາ
ເພື່ອເປັນສ່ວນໜຶ່ງໃນຄວາມພະຍາຍາມໃນການຫຼຸດຜ່ອນການລັກລອບຊື້-ຂາຍສັດປ່າ ຢູ່ໃນ ສປປ ລາວ, ສື່ໂຄສະນາ ຜູ້ປົກປັກຮັກສາສັດປ່າ ໄດ້ຖືກສ້າງຂຶ້ນ ເພື່ອຮຽກຮ້ອງໃຫ້ທຸກຄົນມີສ່ວນຮ່ວມ ແລະ ພ້ອມຈິດພ້ອມໃຈກັນລົງມືປະຕິບັດ ເພື່ອສ້າງການປ່ຽນແປງໃນການປົກປັກຮັກສາສັດປ່າທີ່ດີຂຶ້ນ. ຄຳເເນະນຳທີ່ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດປະກອບມີ:
ເປັນແບບຢ່າງໃນການ ປົກປັກຮັກສາສັດປ່າ.
ພ້ອມກັນສະກັດກັ້ນ ການລັກລອບຊື້-ຂາຍ ສັດປ່າ.
ໃຫ້ການຮ່ວມມືກັບ ເຈົ້າໜ້າທີ່ເພື່ອຢຸດການ ລັກລອບຊື້-ຂາຍສັດປ່າ.
ທ່ານສາມາດເຂົ້າເບິ່ງຂໍ້ຄວາມ ແລະ ຮູບສະເເດງຂ້າງລຸ່ມນີ້ເພີ່ມຕື່ມ ເພື່ອໃຫ້ເຂົ້າໃຈ ແລະ ພິຈາລະນານຳໃຊ້ ຂໍ້ຄວາມດັ່ງກ່າວ ເຂົ້າໃນຊີວິດປະຈຳວັນຂອງທ່ານ.

ລາຍລະອຽດ
- ຫູປາສະຫຼາມ
- ບີໝີ
- ສັດຕະກູນລີງ ເຊັ່ນ: ລີງ, ທະນີ
- ລິ່ນ
- ເຮ້ຍ
- ເຫງັນ
- ເຈຍ
- ສັດເລັມແຫ້ນ ເຊັ່ນ: ໜູ, ກະຮອກ

ລາຍລະອຽດ
- ຮຽນຮູ້ ແລະ ເກັບກ່ຽວປະສົບການ ກ່ຽວກັບສັດປ່າໂດຍກົງ (ແລະ ຢ່າງປອດໄພ) ຈາກຜູ້ນໍາທ່ຽວ ຂອງໂຄງການ ທີ່ເຮັດວຽກປົກປ້ອງສັດປ່າ ເຊັ່ນ: ມູນນິທິອະນຸລັກສັດປ່າ (ສວນສັດລາວບ້ານເກິນ ໃນອະດີດ)
- ອ່ານປຶ້ມນິທານ ນໍາກັນ ເລື່ອງ “ດວງວິນຍານຂອງເສົາຫຼາ” ເຊິ່ງເປັນປຶ້ມທີ່ດີ ກ່ຽວກັບ ຍິງສາວຄົນໜຶ່ງ ທີ່ຊອກຮູ້ກ່ຽວກັບ ໂຕ “ຢູນິຄອນ” ທີ່ມີຢູ່ຈິງໃນລາວ ແລະ ເລື່ອງ “ກວາງນ້ອຍ ເພື່ອນຮັກຂອງຂ້ອຍ” ຊຶ່ງເປັນປຶ້ມກ່ຽວກັບ ການປົກປ້ອງສັດປ່າໃນ ປະເທດລາວ.
- ໃນວັນພັກຜ່ອນ ຂອງຄອບຄົວ ຄັ້ງຕໍ່ໄປ, ລອງໄປທ່ຽວ ປ່າສະຫງວນແຫ່ງຊາດ ທີ່ມີກິດຈະກຳ ການທ່ອງທ່ຽວ ແລະ ທີ່ພັກອາໄສ ແບບອະນຸລັກ ທີ່ສະໜັບສະໜູນ ວຽກງານ ການອະນຸລັກທ້ອງຖິ່ນ ແລະ ຊ່ວຍຊຸມຊົນ ເຊັ່ນ: ທ່ອງທ່ຽວຊົມທະນີ ທີ່ແຂວງບໍ່ແກ້ວ, ການລ່ອງເຮືອ ເບິ່ງສັດປ່າໃນຍາມກາງຄືນ ຢູ່ນໍ້າເນີນ ທີ່ແຂວງຫົວພັນ, ຫຼື ທ່ອງທ່ຽວຜະຈົນໄພ ພູຜາມ່ານ ທີ່ແຂວງຄຳມ່ວນ.
- ຢຸດພັກຈາກໜ້າຈໍ ແລ້ວພາລູກໄປຍ່າງຫຼິ້ນ ໃນເຂດປ່າໃກ້ໆ ເພື່ອໃຫ້ພວກເຂົາ ຮູ້ຈັກມ່ວນຊື່ນ ກັບປ່າໄມ້ ແລະ ສາຍນໍ້າ ໂດຍບໍ່ລົບກວນ ທຳມະຊາດ ຫຼື ສິ່ງທີ່ມີຊີວິດຕ່າງໆ ທີ່ຢູ່ທີ່ນັ້ນ.

ລາຍລະອຽດ
- ການໄປຢ້ຽມຢາມສວນສັດ ແລະ ສູນສັດປ່າ ທີ່ມີມາດຕະຖານສູງ ໃນເລື່ອງ ສະຫວັດດີການຂອງສັດ ແມ່ນດີຫຼາຍ, ແຕ່ຄົງບໍ່ມີສິ່ງໃດຈະດີກວ່າ ການເຫັນສັດປ່າ ຢູ່ໃນຖິ່ນທີ່ຢູ່ອາໄສ ທຳມະຊາດຂອງພວກມັນ (ຊົມດ້ວຍຄວາມລະມັດລະວັງ ແລະ ມີຜູ້ນຳທ່ຽວຄັກແນ່). ສິ່ງນັ້ນຄົງຈະເປັນ ປະສົບການທີ່ພິເສດ ສຳລັບທ່ານ ແລະ ຄອບຄົວຢ່າງແນ່ນອນ.
- ໃຊ້ບໍລິການນຳທ່ຽວທຳມະຊາດ ຈາກ ພະນັກງານນຳທ່ຽວ ທີ່ໄດ້ຮັບການຝຶກອົບຮົມ ຈາກໂຄງການ ການທ່ອງທ່ຽວແບບອະນຸລັກ ເພື່ອຈະຊ່ວຍທ່ານພົບເຫັນ ແລະ ໄດ້ຍິນສຽງຂອງສັດ ແລະ ຈົ່ງປະຕິບັດຕາມກົດລະບຽບ ເພື່ອບໍ່ໃຫ້ລົບກວນທໍາມະຊາດ.
- ຫ້າມເຂົ້າໃກ້ສັດປ່າ, ເຖິງແມ່ນວ່າພວກມັນ ຈະຍ່າງເລາະແບບເສລີ ຫຼື ຖືກກັກຂັງຢູ່ກໍ່ຕາມ. ທັງນີ້ກໍເພື່ອສຸຂະພາບ ແລະ ຄວາມປອດໄພ ຂອງຕົວທ່ານເອງ ແລະ ສັດປ່າອີກດ້ວຍ.
- ເມື່ອໂພສຮູບຂອງສັດ ທີ່ໃກ້ຈະສູນພັນໃນປ່າ, ລະວັງຢ່າແທັກ ຫຼື ລະບຸຈຸດພິກັດຖ່າຍຮູບ ຈະແຈ້ງຫຼາຍເກີນໄປ ເພາະມັນອາດຈະເຮັດໃຫ້ຜູ້ລ່າສັດ ເຂົ້າໄປຫາລ່າສັດໄດ້.

ລາຍລະອຽດ
- ຮັກສາໄລຍະຫ່າງຈາກ ສັດປ່າຢູ່ສະເໝີ ແລະ ປະຕິບັດກັບສັດປ່າ ໃຫ້ຖືກວິທີ ເພື່ອຄວາມປອດໄພ ຂອງສັດປ່າ ແລະ ທ່ານເອງ.
- ຫ້າມຊື້ ຫຼື ຂາຍສັດປ່າ.
- ຫ້າມບໍລິໂພກສັດປ່າ ທີ່ເປັນສັດຫວງຫ້າມ ພາຍໃຕ້ກົດໝາຍ ຂອງປະເທດລາວ.

ລາຍລະອຽດ
- ຖາມຫາແຫຼ່ງທີ່ມາຂອງຊີ້ນ, ເຄື່ອງທີ່ລະນຶກ ຫຼື ຢາທີ່ເຈົ້າພາບມອບໃຫ້ ເພື່ອໃຫ້ແນ່ໃຈວ່າ ບໍ່ແມ່ນມາຈາກ ຫຼື ຜະລິດຈາກສັດປ່າ ທີ່ຫວງຫ້າມຕາມກົດໝາຍ ແລະ ປອດໄພໃນການບໍລິໂພກ. ປະຕິບັດແບບດຽວກັນນີ້ ໃນເວລາທີ່ຢູ່ຮ້ານຄ້າ ຫຼື ຕະຫຼາດສົດ.
- ທ່ານສາມາດປະຕິເສດໄດ້ ຖ້າທ່ານບໍ່ສະບາຍໃຈ ທີ່ຈະບໍລິໂພກອາຫານ ທີ່ບໍ່ໝັ້ນໃຈກັບແຫຼ່ງທີ່ມາ ເຊິ່ງທ່ານສາມາດ ຮ້ອງຂໍອາຫານ ທີ່ເຮັດໄດ້ງ່າຍ ແລະ ໄວ ຫຼື ປະຕິເສດໂດຍ ການເອົາອາຫານມາເອງ ເພາະສິ່ງສຳຄັນແມ່ນ ການເຂົ້າຮ່ວມພາເຂົ້າ ເຊິ່ງເຮັດໃຫ້ ເຈົ້າພາບຮູ້ສຶກວ່າ ພວກເຂົາໄດ້ຕ້ອນຮັບທ່ານແລ້ວ.
- ມັນຈະເປັນການດີກວ່າ ຖ້າທ່ານມີເຫດຜົນທີ່ຈະແຈ້ງວ່າ ເປັນຫຍັງຈຶ່ງ ບໍ່ຕ້ອງການບໍລິໂພກ ຫຼື ຮັບເອົາຜະລິດຕະພັນສັດປ່າ ແຕ່ໃນບາງຄັ້ງ ມັນອາດຈະງ່າຍກວ່າທີ່ ທ່ານໃຊ້ຂໍ້ອ້າງເພື່ອ ຮັກສານໍ້າໃຈ. ຕົວຢ່າງ: ຖ້າເປັນອາຫານ, ທ່ານອາດຈະບອກວ່າ ທ່ານເປັນພູມແພ້ ຫຼື ເຈັບທ້ອງ.
- ອະທິບາຍດ້ວຍເຫດຜົນວ່າ ເປັນຫຍັງທ່ານຈຶ່ງ ບໍ່ຢາກມີສ່ວນກ່ຽວຂ້ອງ ໃນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ເພຶ່ອຈະຊ່ວຍໃຫ້ເຈົ້າພາບ ເຂົ້າໃຈໃນທັດສະນະ ຂອງທ່ານຫຼາຍຂຶ້ນ.

ລາຍລະອຽດ
- ການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ເຮັດໃຫ້ສັດພື້ນເມືອງ ທີ່ຢູ່ໃນປະເທດລາວ ຕົກຢູ່ໃນໄພອັນຕະລາຍ ຫຼື ໃກ້ຈະສູນພັນ. ການກະທໍາດັ່ງກ່າວນັ້ນ ຈະສົ່ງຜົນສະທ້ອນຮ້າຍແຮງ ຕໍ່ລະບົບນິເວດຂອງປ່າໄມ້ ແລະ ທີ່ດິນບໍລິເວນນໍ້າ ຂອງປະເທດເຮົາ.
- ການບໍລິໂພກຊີ້ນສັດປ່າ ສາມາດກໍ່ໃຫ້ເກີດພະຍາດ ແລະ ເປັນພາຫະນໍາພະຍາດ ຈາກສັດສູ່ຄົນ, ເກີດມີການແຜ່ລາມ ຂອງພະຍາດ ໃນທ້ອງຖິ່ນ ຫຼື ອາດຈະກາຍເປັນ ພະຍາດລະບາດໃນວົງກວ້າງ.
- ການເຂົ້າຮ່ວມໃນ ການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ເຮັດໃຫ້ຜູ້ຄ້າ ແລະ ຄອບຄົວ ຕົກຢູ່ໃນຄວາມສ່ຽງ ທີ່ຈະຖືກລົງໂທດຕາມກົດໝາຍ ແລະ ຄວາມສ່ຽງທີ່ຈະພົວພັນ ກ່ຽວຂ້ອງກັບ ກິດຈະກຳຜິດກົດໝາຍອື່ນໆ ແລະ ຜູ້ຄົນທີ່ບໍ່ດີ.

ລາຍລະອຽດ
- ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່, ນໍ້າແອດ-ພູເລີຍ ແລະ ນາກາຍ-ນໍ້າເທີນ ລ້ວນແລ້ວແຕ່ສ້າງ ວຽກເຮັດງານທຳ ໃຫ້ແກ່ຜູ້ທີ່ເຄີຍເປັນນາຍພານ ໃຫ້ກາຍມາເປັນນັກອະນຸລັກ. ຂໍໃຫ້ທ່ານຈົ່ງພິຈາລະນາ ໃນການສະໜັບສະໜູນ ກິດຈະກຳການທ່ອງທ່ຽວ ແບບອະນຸລັກ ໃນເຂດອຸທິຍານເຫຼົ່ານີ້.
- ບຸກຄົນທີ່ມີເຄືອຂ່າຍເຊື່ອມໂຍງ ກັບສາກົນຈາກການເຂົ້າຮ່ວມໃນ ການຄ້າຂາຍສັດປ່າຂ້າມແດນ ສາມາດຫັນປ່ຽນວຽກງານນີ້ ໄປສູ່ທຸລະກິດທີ່ດີເຊັ່ນ: ທຸລະກິດນຳເຂົ້າ-ສົ່ງອອກ ທີ່ມີຈັນຍາບັນ ແລະ ຖືກກົດໝາຍ.
- ບຸກຄົນທີ່ມີຄວາມຊຳນານ ໃນການລ່າສັດປ່າ ແລະ ມີຄວາມຄຸ້ນເຄີຍກັບພື້ນທີ່ປ່າໄມ້ ສາມາດປະກອບອາຊີບ ເປັນຜູ້ນຳທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ເຫັນຄວາມງາມ ຂອງທຳມະຊາດ ລາວເຮົາ.

ລາຍລະອຽດ
- ບໍລິຈາກເປັນເງິນ ຫຼື ວັດຖຸປັດໄຈ ເພື່ອປະກອບສ່ວນໃນ ກິດຈະກຳໃດໜຶ່ງ ທີ່ບັນດາອົງການອະນຸລັກ ກຳລັງດຳເນີນຢູ່. ຕົວຢ່າງ: ຖ້າທ່ານຮູ້ວ່າ ມີທີມງານໜຶ່ງພວມເດີນທາງມາ ຫາ ເມືອງຂອງທ່ານ ເພື່ອດຳເນີນການຊ່ວຍເຫຼືອສັດປ່າ, ທ່ານອາດສະເໜີ ໃຫ້ຄວາມຊ່ວຍເຫຼືອ ດ້ານໃດດ້ານໜຶ່ງ ແກ່ເຂົາເຈົ້າເປັນຕົ້ນ: ໃຫ້ສະຖານທີ່ຫ້ອງພັກເຊົາ ໂດຍບໍ່ເສຍຄ່າພັກ ຫຼື ຈັດພາເຂົ້າໃຫ້.
- ເຖິງແມ່ນວ່າ ທ່ານອາດຈະມີຂໍ້ຈໍາກັດ ກ່ຽວກັບການໃຫ້ການຊ່ວຍເຫຼືອ, ແຕ່ຢ່າລືມວ່າການຊ່ວຍເຫຼືອໜ້ອຍ ຫຼື ຫຼາຍກໍລ້ວນແຕ່ມີຄຸນຄ່າສູງ. ເຖິງວ່າມີຈໍານວນໜ້ອຍ, ແຕ່ກໍອາດສ້າງການປ່ຽນແປງໄດ້.
- ອົງການຈັດຕັ້ງທີ່ເຮັດວຽກ ເພື່ອການອະນຸລັກສັດປ່າ ບາງຄັ້ງກໍ່ຕ້ອງການອາສາສະໝັກ ເພື່ອຊ່ວຍໃນການປ້ອນຂໍ້ມູນ, ອອກແບບກຣາບຟິກ ຫຼື ການຕະຫຼາດ. ດັ່ງນັ້ນ, ຖ້າທ່ານມີເວລາວ່າງ ສະຫຼະເວລາຂອງທ່ານ ຕິດຕໍ່ຫາພວກເຂົາ ວ່າທ່ານມີຄວາມສົນໃຈ ຢາກຊ່ວຍເຫລືອ ແລະ ສາມາດປະກອບສ່ວນຫຍັງໄດ້ (ເຖິງແມ່ນວ່າມັນ ເປັນສິ່ງເລັກໜ້ອຍ ທີ່ທ່ານໃຫ້ໄດ້ກໍ່ຕາມ)
- ຫຼາຍອົງການຈັດຕັ້ງ ຍັງເປີດຮັບສະມາຊິກ ແລະ ປົກກະຕິ ຄ່າທຳນຽມຕໍ່ປີ ແມ່ນບໍ່ຫຼາຍ. ການເປັນສະມາຊິກ ທ່ານຈະໄດ້ຮັບແຈ້ງຂ່າວ ກ່ຽວກັບການເຄື່ອນໄຫວກິດຈະກຳ, ທ່ານຈະຢູ່ໃນລາຍຊື່ ເປັນຜູ້ສະໜັບສະໜູນ, ແລະ ບາງຄັ້ງທ່ານຍັງຈະໄດ້ຮັບ ຂອງຕອບແທນຕ່າງໆ ເຊັ່ນ: ເສື້ອ ຫຼື ປື້ມບັນທຶກ. ນີ້ແມ່ນສິ່ງທີ່ທ່ານຈະໄດ້ຮັບ ຈາກການສະໜັບສະໜູນ ການອະນຸລັກສັດປ່າ.
- ທ່ານສາມາດຊ່ວຍໂຄສະນາເຜີຍແຜ່ ກ່ຽວກັບຄວາມພະຍາຍາມ ຂອງອົງການອະນຸລັກ ໃນການຕ້ານການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ເຊິ່ງແມ່ນວິທີທີ່ງ່າຍ ແລະ ມີປະສິດທິຜົນຄືກັນ, ໂດຍການເຂົ້າໄປກົດຕິດຕາມທາງ ເຟສບຸກ, ກົດແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການເຮັດວຽກ ທີ່ຫຍຸ້ງຍາກທ້າທາຍ ຂອງນັກອະນຸລັກໃນທ້ອງຖິ່ນ.

ລາຍລະອຽດ

ລາຍລະອຽດ
- ບໍ່ຊື້. ທ່ານບໍ່ຄວນເສຍເງິນໃຫ້ກັບການຊື້ສັດປ່າ ບໍ່ວ່າທ່ານຈະເຫັນສັດປ່າ ວາງຂາຍໃນສະຖານທີ່ທ່ອງທ່ຽວ ຫຼື ຂາຍໃນຕະຫຼາດ ເພາະອາດເຮັດໃຫ້ຄົນທີ່ຂາຍສັດປ່ານັ້ນ ຄິດ ວ່າມັນເປັນສິ່ງທີ່ຖືກຕ້ອງ ທີ່ຄົນເຮົາເຕັມໃຈຈ່າຍເງິນໃຫ້ ສຳລັບການຈັບສັດປ່າທີ່ຜິດກົດໝາຍ.
- ບັນທຶກລາຍລະອຽດໃຫ້ໄດ້ຫຼາຍທີ່ສຸດ ກ່ຽວກັບສິ່ງທີ່ທ່ານໄດ້ພົບເຫັນ, ສະຖານທີ່, ວັນທີ, ແລະ ເວລາທີ່ທ່ານເຫັນສັດດັ່ງກ່າວ. ຖ່າຍຮູບ (ຮັບປະກັນວ່າມີຄວາມປອດໄພ) ແລະ ບັນທຶກສະຖານທີ່ໃຫ້ແນ່ນອນ ຫຼື ບັນທຶກດ້ວຍແຜນທີ່ກູໂກ້.
- ຫາກທ່ານພົບເຫັນສັດຢູ່ຮ້ານອາຫານ ຫຼື ສະຖານທີ່ທ່ອງທ່ຽວ, ໃຫ້ສະແດງຄວາມຄິດເຫັນ ຜ່ານທາງອອນລາຍ ເພື່ອສົ່ງຕໍ່ສິ່ງທີ່ທ່ານພົບເຫັນນຳຄົນອື່ນ. ເພື່ອຊ່ວຍບອກຕໍ່ໃຫ້ ນັກທ່ອງທ່ຽວທ່ານອື່ນຮັບຮູ້ ແລະ ບໍ່ໄປຢ້ຽມຢາມສະຖານທີ່ດັ່ງກ່າວ ທີ່ມີການທຳຮ້າຍສັດ ແລະ ສາມາດເຮັດໄດ້ ໂດຍບໍ່ເປີດເຜີຍຂໍ້ມູນສ່ວນຕົວ.

ລາຍລະອຽດ
- ຈັດກອງປະຊຸມ ແລກປ່ຽນຂໍ້ມູນ ລະຫວ່າງ ສະມາຊິກໃນຊຸມຊົນ ແລະ ເຈົ້າໜ້າທີ່ ບັງຄັບໃຊ້ກົດໝາຍ.
- ແຈກຢາຍແຜ່ນພັບ ຫຼື ໂປສເຕີ້ກ່ຽວກັບ ກົດໝາຍ ແລະ ກົດລະບຽບຕ່າງໆ ກ່ຽວກັບການອະນຸລັກສັດປ່າ.
- ຂໍການຮ່ວມມືກັບໂທລະໂຄ່ງ, ສະຖານີວິທະຍຸ, ໂທລະພາບທ້ອງຖີ່ນ, ໜັງສືພິມ, ແລະ ວາລະສານ ໃຫ້ອອກອາກາດ ແລະ ບອກໃຫ້ປະຊາຊົນຮູ້ກ່ຽວກັບ ກົດໝາຍສັດປ່າ.
- ເຜີຍແຜ່ຂໍ້ມູນກ່ຽວກັບ ການອະນຸລັກໃນລາວ ຜ່ານທາງເຟສບຸກ. (ແຕ່ຕ້ອງຮັບປະກັນວ່າຂໍ້ມູນ ມາຈາກແຫຼ່ງທີ່ເຊື່ອຖືໄດ້)
- ສົ່ງຕໍ່ນິຕິກໍາໃໝ່ ທີ່ກ່ຽວພັນກັບການປົກປັກຮັກສາ ສັດປ່າໃນກຸ່ມ WhatsApp ຂອງທ່ານ.

ລາຍລະອຽດ
- ສົນທະນາ ແລະ ປຶກສາຫາລືພາຍໃນຊຸມຊົນ ຂອງທ່ານກ່ຽວກັບ ວິທີແກ້ໄຂບັນຫານີ້ ໃນລະດັບທ້ອງຖິ່ນ.
- ເຜີຍແຜ່ບັນດາຕົວຢ່າງ ຂອງການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ທີ່ອາດເກີດຂຶ້ນ ໃກ້ໂຕພວກເຂົາໂດຍບໍ່ຮູ້ໂຕ.
- ບອກເລກໂທສາຍດ່ວນ 1601 ຂອງ LCTW ຫຼື ຂໍ້ມູນຕິດຕໍ່ ຂອງພະແນກ ກວດກາປ່າໄມ້ທ້ອງຖິ່ນ ໃຫ້ແກ່ພວກເຂົາ.
- ແບ່ງປັນປະສົບການສ່ວນໂຕ ກ່ຽວກັບການຕື່ມຂໍ້ມູນ ໃນການລາຍງານ ເລີ່ມຕັ້ງແຕ່ ການເກັບຂໍ້ມູນຫຼັກຖານ, ຕິດຕໍ່ສາຍດ່ວນ ຫຼື ເຈົ້າໜ້າທີ່ ເພື່ອໃຫ້ເຂົາເຈົ້າຮູ້ວ່າ ຂັ້ນຕອນການລາຍງານ ແມ່ນສະດວກງ່າຍດາຍ.
- ໃຫ້ໝູ່ຂອງທ່ານ ເປັນສ່ວນໜຶ່ງ ໃນການແກ້ໄຂບັນຫານີ້ ດ້ວຍການກະຕຸກຊຸກຍູ້ ໃຫ້ພວກເຂົາລາຍງານ ສະພາບການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ແລະ ສະແດງຄວາມຊົມເຊີຍທຸກຄັ້ງ ທີ່ພວກເຂົາລາຍງານ!