Skip to content Skip to footer

ລັດຖະບານຂອງ ສປປ ລາວ

DoF

ກົມປ່າໄມ້

ກົມປ່າໄມ້ ແມ່ນກົງຈັກໜຶ່ງ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ກະຊວງ ກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຍືນຍົງ.

DoFI

ກົມກວດກາປ່າໄມ້

ກົມກວດກາປ່າໄມ້ ແມ່ນອົງການຈັດຕັ້ງໜຶ່ງສັງກັດຢູ່ໃນ ກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ທີ່ຕັ້ງ ແລະ ພາລະບົດບາດຂອງກົມກວດກາປ່າໄມ້ ເປັນເສນາທິການໂດຍກົງ ໃຫ້ແກ່ລັດຖະມົນຕີ ກ່ຽວກັບວຽກງານກວດກາ ຊັບພະຍາກອນປ່າໄມ້, ສືບສວນ-ສອບສວນ ແລະ ດຳເນີນຄະດີ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້, ການຍຶດສັດປ່າ ແລະ ຜະລິດຕະພັນປ່າໄມ້ ທີ່ຜິດກົດໝາຍ,  ແລະ ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ກົດໝາຍອາຍາ ແລະ ບັນດານິຕິກຳກ່ຽວກັບ ຊັບພະຍາກອນປ່າໄມ້ ເພື່ອຮັບປະກັນໃຫ້ ການປະຕິບັດກົດໝາຍມີຄວາມສັກສິດ.

Deutsche Gesellschaft für Internationale Zusammenarbeit (GIZ) GmbH

ໂຄງການ ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB) ຂອງ GIZ ໄດ້ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມງານ ໃນການດຳເນີນກິດຈະກຳ ເພື່ອການນຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ ແລະ ການປົກປັກຮັກສາຊີວະນາໆພັນ ໂດຍ 1) ການການກຳນົດເງື່ອນໄຂກອບວຽກງານ ທີ່ດີຂຶ້ນ ສໍາລັບການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ, ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao-EU FLEGT-VPA), 2) ເສີມສ້າງຂີດຄວາມສາມາດ ໃນການສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ ເພື່ອເຂົ້າເປັນມໍລະດົກທາງທຳມະຊາດ ຮ່ວມຊາຍແດນກັບ ມໍລະດົກໂລກທາງທຳມະຊາດ “ອຸທິຍານແຫ່ງຊາດ ຟອງຍ່າເກບາງ ຂອງ ສສ ຫວຽດນາມ” ໂດຍການຮ່ວມມືກັບເຈົ້າໜ້າທີ່ຫວຽດນາມ, 3) ສະໜັບສະໜູນ ການສ້າງຕັ້ງໜ່ວຍງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງເເວດລ້ອມ ລາວ (EEAL) ແລະ ພັດທະນາຄວາມອາດສາມາດ ທີ່ຈໍາເປັນ ໃຫ້ແກ່ສະມາຊິກຂອງໜ່ວຍງານ ສໍາລັບການດໍາເນີນວຽກງານ ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ທີ່ມີປະສິດທິພາບ ແລະ 4) ສະໜັບສະໜູນການຮ່ວມມື ລະຫວ່າງບັນດາ ຄູ່ຮ່ວມງານພາກລັດ, ຜູ້ໃຫ້ທຶນ ແລະ ປະຊາຊົນທ້ອງຖິ່ນ ເພື່ອຕ້ານການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ໃນ ສປປ ລາວ ຢ່າງມີປະສິດທິພາບ.

ອົງການທີ່ບໍ່ສັງກັດລັດຖະບານ

LCTW-Logo

ມູນນິທິອະນຸລັກສັດປ່າລາວ

ມູນນິທິອະນຸລັກສັດປ່າລາວແມ່ນ ສູນກູ້ໄພ, ອະນຸລັກ ແລະ ສຶກສາສັດປ່ານາໆຊະນິດ ທີ່ບໍ່ຫວັງຜົນກຳໄລ ແລະ ຍັງເປັນສູນທີ່ມີເອກະລັກ ຢ່າງໜ້າເຫຼືອເຊື່ອ ແກ້ໄຂວິກິດການຕ່າງໆ ທີ່ເຮັດໃຫ້ສັດສາຍພັນໃກ້ຈະສູນພັນ ຫຼຸດພົ້ນອອກຈາກການຫຼຸດລົງຢ່າງໄວວາ. ມູນນິທິມີສາຍດ່ວນ ກູ້ໄພສັດປ່າຕະຫຼອດ 24 ຊົ່ວໂມງ ເພື່ອປະຕິບັດວຽກງານຟື້ນຟູ ແລະ ສະໜັບສະໜູນ. ນອກນີ້, ມູນນິທິ ຍັງເຮັດວຽກຮ່ວມກັບ ພະນັກງານລາວຫຼາຍກວ່າ 70 ຄົນ ແລະ ພູມໃຈຫຼາຍ ທີ່ໄດ້ມາອາໄສຢູ່ໃນປະເທດລາວ ທີ່ສວຍງາມ ແລະ ມີເອກະລັກແບບນີ້.

WCS-Logo

ອົງການ ອະນຸລັກສັດປ່າ (WCS)

ອົງການ ອະນຸລັກສັດປ່າ (WCS) ເປັນອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ (INGO) ແລະ ບໍ່ຫວັງຜົນກຳໄລ ຊຶ່ງສ້າງຕັ້ງຂຶ້ນ ໃນປີ 1895 ແລະ ມີສຳນັກງານໃຫຍ່ ຕັ້ງຢູ່ ນິວຢອກ, ສະຫະລັດອາເມຣິກາ. ອົງການ ອະນຸລັກສັດປ່າ ເຮັດຫນ້າທີ່ສຸມໃສ່ ປົກປັກຮັກສາສັດປ່າ ແລະ ພື້ນທີ່ທໍາມະຊາດ ຢູ່ຫຼາຍກວ່າ 60 ປະເທດທົ່ວໂລກ ໂດຍໃຊ້ຫຼັກວິທະຍາສາດ, ການຈັດຕັ້ງປະຕິບັດ ກິດຈະການອະນຸລັກ, ການສຶກສາໃຫ້ຄວາມຮູ້ ແລະ ການຊຸກຍູ້ໃຫ້ທຸກຄົນ ຄໍານຶງເຫັນຄຸນຄ່າ ຂອງທໍາມະຊາດ. ວິໄສທັດຂອງ ອົງການ ອະນຸລັກສັດປ່າ ປະຈໍາ ສປປ ລາວ ແມ່ນມຸ່ງຫວັງໃຫ້ລະບົບນິເວດ ທີ່ມີເອກະລັກສະເພາະຂອງ ສປປ ລາວ ຈະເລີນເຕີບໂຕຢ່າງບໍ່ສິ້ນສຸດ ແລະ ຖືກເຫັນຄຸນຄ່າ ທາງດ້ານຊີວະນາໆພັນ, ຄວາມສວຍງາມທາງທຳມະຊາດ ແລະ ການບໍລິການລະບົບນິເວດ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ກໍຄື ວົງຄະນາຍາດສາກົນ. ອົງການ ອະນຸລັກສັດປ່າ ເລີ່ມເຮັດວຽກຢູ່ ສປປ ລາວແຕ່ຊຸມປີ 1990 ເພື່ອສ້າງວິໄສທັດດັ່ງກ່າວໃຫ້ເປັນຈິງ ໂດຍການສ້າງຄວາມອາດສາມາດ ແລະ ຮ່ວມມືຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ ແລະ ປະຊາຊົນຢູ່ທ້ອງຖິ່ນ ເພື່ອອະນຸລັກ ແລະ ຄຸ້ມຄອງສັດປ່າ ແລະ ຖິ່ນທີ່ຢູ່ອາໄສຂອງສັດປ່າ ລວມໄປເຖິງ ການຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ ແລະ ການເຝົ້າລະວັງພະຍາດສັດປ່າ ເພື່ອຕ້ານພະຍາດລະບາດໃນອະນາຄົດ.

WWF-Logo

ອົງການ ກອງທຶນອະນຸລັກທໍາມະຊາດໂລກ (WWF)

ອົງການກອງທຶນອະນຸລັກທໍາມະຊາດໂລກ (WWF) ໄດ້ເລີ່ມສະໜັບສະໜູນວຽກງານອະນຸລັກ ຢູ່ໃນ ສປປ ລາວ ແຕ່ປີ 1980 ເປັນຕົ້ນມາ ແລະ ໄດ້ຮັບການອະນຸມັດຈາກລັດຖະບານ ໃຫ້ສ້າງຕັ້ງຫ້ອງການປະຈໍາ ສປປ ລາວ ຢ່າງເປັນທາງການ ໃນປີ 2001. ໃນປະຈຸບັນ ຫ້ອງການໃຫ່ຍຂອງອົງການ WWF-Laos ແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ມີຫ້ອງການປະສານງານ ປະຈໍາຢູ່ ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ເຊກອງ. ອົງການ WWF-Laos ຄືອົງການຈັດຕັ້ງສາກົນ ທີ່ເຮັດວຽກຮ່ວມກັບລັດຖະບານ ຕໍ່ການອະນຸລັກທໍາມະຊາດ ໂດຍສຸມໃສ່ 3 ແຜນວຽກອະນຸລັກ ລວມມີ ວຽກງານສະໜັບສະໜູນຕໍ່ການຄຸ້ມຄອງ ແລະ ອະນຸລັກປ່າໄມ້, ນໍ້າຈືດ (ສັດນໍ້າ) ແລະ ສັດປ່າ ເພື່ອການຊົມໃຊ້ ແບບຍືນຍົງ ແລະ ແນໃສ່ເພີ່ມຄວາມອຸດົມສົມບູນ ທາງດ້ານທໍາມະຊາດ ຂອງ ສປປ ລາວ ພາຍໃຕ້ພາລະກິດຫຼັກ ຂອງອົງການ WWF, “ຢັບຢັ້ງຄວາມເຊື່ອມໂຊມຄຸນນະພາບ ຂອງສິ່ງແວດລ້ອມ ແລະ ປະກອບສ່ວນໃນການສ້າງອະນາຄົດ ທີ່ມະນຸດ ແລະ ທໍາມະຊາດ ສາມາດອາໄສຢູ່ຮ່ວມກັນໄດ້ ຢ່າງກົມກຽວ.”

ຕິດຕໍ່:

ອີເມວ:
info@laowildlifeheroes.org

ທຸກຄົນສາມາດເປັນຜູ້ປົກປັກຮັກສາສັດປ່າ – Lao Wildlife Heroes. Website by Designix Studio