Skip to content Skip to footer
ບຸກຄົນທີ່ຢູ່ໃນສື່ໂຄສະນາ ທຸກຄົນສາມາດເປັນຜູ້ປົກປັກຮັກສາສັດປ່າ  ເປັນບຸກຄົນຕົວແບບໃນການຕ້ານ ແລະ ສະກັດກັ້ນການລັກລອບການຄ້າຂາຍສັດປ່າທີ່ຜິດກົດໝາຍໃນ ສປປ ລາວ. ວຽກງານ ແລະ ຄວາມພະຍາຍາມຂອງພວກເຂົາ ຊ່ວຍປະກອບສ່ວນເຂົ້າໃນວຽກງານ ການອະນຸລັກຊີວະນາໆພັນ ທີ່ເປັນເອກະລັກທີ່ສວຍງາມ ແລະ ມີຄວາມສ່ຽງ ຂອງ ສປປ ລາວ. ພວກເຂົາເປັນບຸກຄົນແບບຢ່າງ ໃນການປົກປ້ອງສັດປ່າ.​ ທ່ານສາມາດເບິ່ງວິດີໂອສຳພາດ ຂອງບຸກຄົນຕົວແບບເຫຼົ່ານີ້ໄດ້ ຢູ່ຂ້າງລຸ່ມນີ້ ເພື່ອຊອກຮູ້ວ່າ ເປັນຫຍັງພວກເຂົາຈຶ່ງມີຄວາມມຸ່ງໝັ້ນ ໃນການຢຸດການຄ້າຂາຍສັດປ່າ ທີ່ຜິດກົດໝາຍໃນ ສປປ ລາວ. ຫວັງວ່າ ຂໍ້ຄວາມຂອງພວກເຂົາຈະສາມາດເປັນ ແຮງບັນດານໃຈໃຫ້ເເກ່ບັນດາທ່ານ ເພື່ອຢຸດການຊື້ຂາຍສັດປ່າ ແລະ ປົກປັກຮັກສາສັດປ່າຂອງພວກເຮົາ.

ຫົວໜ້າກົມກວດກາປ່າໄມ້

ທ່ານ ສົມພອນ ແກ້ວຫາວົງ ເປັນຜູ້ໜຶ່ງ ທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ II ແລະ ທ່ານໄດ້ປະກອບສ່ວນ ໃນຄະນະສະເພາະກິດ ການກວດກາປ່າໄມ້ແຫ່ງຊາດ ເພື່ອຊ່ວຍເຮັດໃຫ້ສະພາບການ ລັກລອບຕັດໄມ້ຫຼຸດລົງ ແລະ ຮັກສາປ່າໄມ້ເປັນບ່ອນຢູ່ ແລະ ອາຫານສຳລັບສັດປ່າ.

ຮອງຫົວໜ້າ ກົມປ່າໄມ້

ທ່ານ ບຸນປອນ ແສງທອງ ເປັນຜູ້ໜຶ່ງ ທີ່ມີຄວາມມັກຮຽນ ແລະ ເຮັດວຽກ ດ້ານການອະນຸລັກປ່າໄມ້ ໃນປະເທດລາວ ໂດຍຮຽນຈົບປະລິນຍາຕີ ຈາກປະເທດຫວຽດນາມ ແລະ ປະລິນຍາໂທຈາກປະເທດ ສະວີເດັນ ດ້ານການຄຸ້ມຄອງປ່າໄມ້.

ກົມແຜນການ ແລະ ການຮ່ວມມື, ກະຊວງສາທາລະນະສຸກ

ທ່ານໝໍ ຈັນດາລີ ສິດພະໄຊ ເປັນທັງນັກສະແດງ, ທ່ານໝໍ ແລະ ເຮັດວຽກຢູ່ ກະຊວງສາທາລະນະສຸກ. ການທີ່ໄດ້ເຫັນ ແລະ ໄດ້ສຳພັດ ຄວາມອັນຕະລາຍ ຂອງການບໍລິໂພກສັດປ່າ ທີ່ມີຕໍ່ສຸຂະພາບຂອງຄົນລາວ, ທ່ານໝໍ ຈັນດາລີ ເລີຍມີຄວາມມຸ່ງໝັ້ນ ໃນການໃຫ້ຄວາມຮູ້ແກ່ມວນຊົນ ກ່ຽວກັບຄວາມສ່ຽງ ຂອງການບໍລິໂພກ ສັດປ່າ ແລະ ຄວາມເຊື່ອທີ່ຜິດ ກ່ຽວກັບຜົນປະໂຫຍດ ຂອງການບໍລິໂພກ ສັດປ່າ.

ຜູ້ກໍ່ຕັ້ງ ແລະ ອຳນວຍການ ບໍລິສັດ Green Discovery Laos

ທ່ານ ອິນທີ ເດືອນສະຫວັນ ເປັນຜູ້ລິເລີ່ມ ການທ່ອງທ່ຽວແບບອະນຸລັກ ພ້ອມທັງເປັນຜູ້ກໍ່ຕັ້ງ ກິດຈະການການທ່ອງທ່ຽວ ແລະ ການບໍລິການ ຫຼາຍແຫ່ງໃນປະເທດ. ການເປັນທັງເຈົ້າຂອງທຸລະກິດ, ເປັນຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມທຸລະກິດ ທ່ອງທ່ຽວລາວ, ທ່ານ ອິນທີ ຈຶ່ງເຫັນເຖິງ ຄວາມສຳຄັນ ຂອງການຢຸດການຄ້າຂາຍສັດປ່າ ຜິດທີ່ກົດໝາຍ ໃນປະເທດລາວ.

Miss Universe Laos 2020 ແລະ ນາງສາວລາວ 2012

ທ່ານນາງ ຄຣິດສະຕິນາ ລາຊະສິມມາ ເປັນໄວໜຸ່ມໜຶ່ງໃນ ທີ່ມີບົດບາດໃນສັງຄົມ,  ມີຊື່ສຽງ ແລະ ລາວຍັງຮ່ວມຊ່ວຍເຫລືອ ສັງຄົມໃນດ້ານຕ່າງໆ ກັບທາງພາກລັດ, ເອກະຊົນ ແລະ ອົງການພັດທະນາ ຕ່າງໆ ເພື່ອເປັນກະບອກສຽງ ສ້າງການປ່ຽນແປງທີ່ດີຂຶ້ນ ແລະ ເປັນແບບຢ່າງໃຫ້ໄວໜຸ່ມລາວ ຜ່ານຫຼາຍໂຄງການ.​

ຕິດຕໍ່:

ອີເມວ:
info@laowildlifeheroes.org

ທຸກຄົນສາມາດເປັນຜູ້ປົກປັກຮັກສາສັດປ່າ – Lao Wildlife Heroes. Website by Designix Studio